ເສີມສ້າງລະບົບການຕິດຕາມ ແລະ ລາຍງານ NAP ຈາກລະດັບຊາດສູ່ທ້ອງຖິ່ນ
ກົມສິ່ງແວດລ້ອມ, ກະຊວງກະສິກໍາ ແລະ ສິ່ງແວດລ້ອມ ໄດ້ຈັດ ກອງປະຊຸມຝຶກອົບຮົມ ກ່ຽວກັບການເກັບກໍາຂໍ້ມູນ, ການຕິດຕາມ ແລະ ລາຍງານ (Monitoring & Reporting – M&R) ການຈັດຕັ້ງປະຕິບັດແຜນງານແຫ່ງຊາດ ການປັບຕົວຕໍ່ການປ່ຽນແປງດິນຟ້າອາກາດ (NAP) ໂດຍມີຕົວແທນຈາກ 18 ແຂວງ ເຂົ້າຮ່ວມ.
ທ່ານ ອໍາໄພວັນ ອຸດົມເດດ, ຮອງຫົວໜ້າກົມສິ່ງແວດລ້ອມ, ໄດ້ເນັ້ນວ່າ ການຕິດຕາມ, ການປະເມີນຜົນ ແລະ ການລາຍງານ ແມ່ນສ່ວນສໍາຄັນໃນການຜັນຂະຫຍາຍ NAP ໃຫ້ເກີດຜົນເປັນຮູບປະທໍາ ແລະ ສາມາດຕິດຕາມຄວາມຄືບໜ້າໄດ້ຢ່າງເປັນລະບົບ.
ແຜນງານ NAP ຂອງ ສປປ ລາວ ໄດ້ກໍານົດ 36 ຄາດໝາຍ ແລະ 382 ກິດຈະກໍາ ໃນ 9 ຂະແໜງການບູລິມະສິດ. ດັ່ງນັ້ນ ການມີລະບົບ M&R ທີ່ຊັດເຈນ ແລະ ສາມາດເກັບກໍາຂໍ້ມູນຈາກລະດັບແຂວງ ແລະ ທ້ອງຖິ່ນ ຈະຊ່ວຍໃຫ້ການລາຍງານຄວາມຄືບໜ້າຂອງ NAP ມີຄວາມຄົບຖ້ວນ ແລະ ສາມາດນໍາໃຊ້ໄດ້ຈິງ.
🎯 ຈຸດປະສົງຫຼັກຂອງກອງປະຊຸມຝືກອົບຮົມໃນຄັ້ງນີ້ ເພື່ອ:
• ສ້າງຄວາມເຂົ້າໃຈຮ່ວມກັນກ່ຽວກັບກອບ ແລະ ຫຼັກການຂອງລະບົບ M&R;
• ຮຽນຮູ້ປະເພດຕົວຊີ້ວັດ ແລະ ລະບົບລາຍງານຄວາມຄືບໜ້າ NAP;
• ເສີມສ້າງຄວາມສາມາດດ້ານການເກັບກໍາ, ຕິດຕາມ ແລະ ລາຍງານຂໍ້ມູນ;
• ສ້າງຄວາມຊັດເຈນກ່ຽວກັບບົດບາດ ແລະ ໜ້າທີ່ຂອງແຕ່ລະຂັ້ນ; ແລະ
• ແລກປ່ຽນບົດຮຽນ ແລະ ຮ່ວມກັນກໍານົດຂັ້ນຕອນສໍາຄັນໃນການເລີ່ມດໍາເນີນວຽກງານ M&R.
🤝 ກອງປະຊຸມຄັ້ງນີ້ ເປັນກ້າວສໍາຄັນໃນການເຊື່ອມໂຍງວຽກງານຈາກລະດັບສາກົນ, ຂັ້ນສູນກາງ ສູ່ລະດັບແຂວງ ໂດຍສະເພາະການນໍາໃຊ້ຂໍ້ມູນຈາກພື້ນທີ່ ແລະ ຈາກຂະແໜງການທີ່ ກ່ຽວຂ້ອງຂັ້ນ ສູນກາງ ແລະ ທ້ອງຖິ່ນ ເຊິ່ງເປັນບ່ອນຈັດຕັ້ງວຽກງານຕົວຈິງ ເພື່ອສະໜັບສະໜູນການຕິດຕາມ, ປະເມີນ ແລະ ລາຍງານຄວາມຄືບໜ້າຂອງ NAP ຢ່າງເປັນລະບົບ.
🌱 ຮ່ວມກັນຈາກ ສ້າງລະບົບການຕິດຕາມ ແລະ ລາຍງານ ດ້ານຂໍ້ມູນ ສູ່ການປະຕິບັດ — ເພື່ອເສີມສ້າງວຽກງານການປັບຕົວຕໍ່ການປ່ຽນແປງດິນຟ້າອາກາດໃນ ສປປ ລາວ.
#NAPLao #MRE #ClimateAdaptation #LaoPDR #ClimateResilience #MonitoringAndReporting #18Provinces